ກ່ຽວກັບພວກເຮົາ
ນະວັດຕະກໍາໃໝ່
ລັກສະນະນະວັດຕະກຳໃໝ່ ຂອງໂຄງການແມ່ນອີງໃສ່ຄວາມຈິງທີ່ວ່າມັນມີຈຸດປະສົງເພື່ອສ້າງໂຄງການຫຼັກສູດປະລິນ ຍາໂທວິທະຍາສາດ ອັນໃໝ່ ໃນຂະແໜງການສຶກສາສະເພາະທີ່ມີຊື່ວ່າ "ແນວຄິດກ້າວໜ້າ ດ້ານອຸດສະຫະກຳໃນອະນາ ຄົດ" ເຊີ່ງເປັນທີ່ຕ້ອງການຂອງໂຄງການຫຼັກສູດປະລິນຍາຕຼີ ແລະ ປະລິນຍາໂທ ໃນບັນດາສະຖາບັນການສຶກສາຊັ້ນສູງໃນປະເທດຄູ່ຮວ່ມ.
Digi-CHE-Asia ມີຈຸດປະສົງເພື່ອແກ້ໄຂການຂາດທັກສະດ້ານນີ້ແລະຄວາມຕ້ອງການຂອງພາກພື້ນທີ່ຈະມີໂຄງການຫຼັກສູດປະລິນຍາໂທວິທະຍາສາດ ເຊິ່ງຈະສ້າງບຸກຄະລາກອນແລະຊ່ຽວຊານທີ່ມີຄຸນນະພາບທີ່ຈະເຮັດວຽກແລະເສີມສ້າງອຸດສາຫະກຳ ໃນພາກພື້ນແລະມີຜົນໄດ້ຮັຍທີ່ຍາວນານໃນການປັບປຸງ ກຳລັງແຮງງານໃນທຸກໆ ປະເທດຄູ່ຮ່ວມ. ໂຄງການມີໂຄງສ້າງໃນລັກສະນະທີ່ຮັບປະກັນວ່າຫຼັກສູດທີ່ໄດ້ຮັບການພັດທະນາຈະມີລັກສະນະປະດິດສ້າງ, ແທດ ເໝາະກັບຄວາມຕ້ອງການສະເພາະແລະເປັນປະໂຫຍດສຳລັບພາກພື້ນ.
ຈຸດປະສົງສະເພາະຂອງໂຄງການ
ຈຸດປະສົງສະເພາະຂອງໂຄງການ Digi-CHE-Asia ແນ່ໃສ່:
- ການປັບປຸງຫຼັກສູດປະລິນຍາຕີແລະການພັດທະນາໂຄງການຫຼັກສູດວິທະຍາສາດປະລິນຍາໂທວິທະຍາສາດອັນໃໝ່ ດ້ານນະວັດຕະກຳໃນຂົງເຂດເອເລັກໂຕຣນິກ, ລະບົບອັດຕະໂນມັດແລະຫຸ່ນຍົນ, ດັ່ງນັ້ນຈຶ່ງຊ່ວຍສ້າງຄວາມສາມາດຂອງສະຖາບັນການສຶກສາຊັ້ນສູງຂອງປະເທດຄູ່ຮ່ວມແລະປັບປຸງລະດັບຄວາມສາມາດແລະທັກສະທີ່ໄດ້ສະເໜີນໍາສະເໜີໃນຫູັກສູດ.
- ການສົ່ງເສີມການຮ່ວມມືແລະການແລກປ່ຽນຄວາມຮູ້ແລະການປະຕິບັດທີ່ດີໃນສາຂາວິຊາລະຫວ່າງ ສະຖາບັນການສຶກສາຊັ້ນສູງຂອງ EU ແລະ ປະເທດຄູ່ຮ່ວມໃນອາຊີ.
- ການສ້າງຄວາມຮ່ວມມືທີ່ມີປະສິດຕິພາບແລະການເຊື່ອມໂຍງກັບອຸດສາຫະກຳການຜະລິດດ້ານອຸດສະຫະກໍາເຕັກໂນໂລຢີຂັ້ນສູງໃນລະດັບພາກພື້ນແມ່ນເພື່ອຕອບສະໜອງ ຄວາມຕ້ອງການໃນການຝຶກອົບຮົມໃຫ້ແກ່ບຸກຄະລາກອນທໃຫ້ມີຄວາມຊ່ຽວຊານຂອງບັນດາຫົວໜ່ວຍທຸລະກິດ ແລະ ອຸດສະຫະກໍາ, ແລະເສີມຂະຫຍາຍຄວາມສາມາດໃນການຈ້າງງານຂອງຜູ້ຮຽນຈົບຫຼັກສູດປະລິນຍາໂທ.
ກຸ່ມເປົ້າໝາຍ
- ຜູ້ຊ່ຽວຊານດ້ານວິຊາການແລະພະນັກງານບໍລິຫານທີ່ເຮັດວຽກໃນ ສະຖາບັນການສຶກສາຊັ້ນສູງຂອງປະເທດຄູ່ຮ່ວມ:
o ການດຳເນີນກິດຈະກຳປະເມີນຜົນ
o ການແລກປ່ຽນການປະຕິບັດທີ່ດີແລະການຮູ້ຈັກກັບຄູ່ຮ່ວມງານຂອງເອີຣົບ
o ການຝຶກອົບຮົມໂດຍຜ່ານການເຂົ້າຮ່ວມທັດສະນະສຶກສາໃນເອີຣົບແລະອາຊີ
o ການພັດທະນາຫຼັກສູດໃໝ່ ແລະຫຼັກສູດຝຶກອົບຮົມວິຊາຊີບໄລຍະສັ້ນ VET
o ການສ້າງຕັ້ງຫ້ອງທົດລອງ Digi-CHE-Labs ໃນສະຖາບັນການສຶກສາຊັ້ນສູງຂອງປະເທດຄູ່ຮ່ວມ, ໄດ້ຖືກສະໜັບສະໜູນຄ່າອຸປະກອນທີ່ຈຳເປັນໃນການຈັດຕັ້ງປະຕິບັດແຜນງານແລະ ດໍາເນີນການຄົ້ນຄ້ວາໃນຂົງເຂດທີ່ມີຄວາມສົນໃຈ
- ນັກສຶກສາໃນລະດັບທ້ອງຖິ່ນ, ລະດັບຊາດແລະລະດັບພາາກພື້ນ:
o ການມີສ່ວນຮ່ວມໃນກຸ່ມທີ່ເປັນຈຸດສຸມ
o ການພົບປະກັບຜູ້ຈ້າງງານທີ່ມີທ່າແຮງໃນການຈ້າງງານ ໄລຍະຈັດງານເຜີ່ຍແຜ່ຂໍ້ມູນຂອງໂຄງການ
o ການເຂົ້າຮ່ວມໃນການຈັດຕັ້ງປະຕິບັກແຜນງານ
o ໂອກາດໃນການເຂົ້າຮ່ວມຝຶກງານໄລຍະຍາວ ຢ່າງໜ້ອຍ 1 ເດືອນໃນບໍລິສັດການຜະລິດເຕັກໂນໂລຊີລະດັບສູງໃນພາກພື້ນ
o ການເຂົ້າຮ່ວມຝຶກອົບຮົມຫຼັກສູດໄລຍະສັ້ນ VET
ນອກຈາກນັ້ນ, ໂຄງການຈະເຂົ້າເຖິງຜູ້ເປັນຕົວແທນ ທຸກພາກສ່ວນທີ່ກ່ຽວຂ້ອງຕະຫຼອດໄລຍະຂອງໂຄງການດ້ວຍການສຸ່ມໃສ່ກິດຈະກໍາການເຜີຍແຜ່ຂໍ້ມູນຂອງໂຄງການ. ຜູ້ມີສ່ວນຮ່ວມຈະປະກອບມີ ສະຖາບັນການສຶກສາຊັ້ນສູງ, ພະແນກການ / ຄະນະວິຊາທີ່ກ່ຽວຂ້ອງ, ຜູ້ຊ່ຽວຊານດ້ານ
ການສຶກສາແລະພະນັກງານວິຊາການ, ນັກສຶກສາ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານ, ສະມາຄົມຫຼືເຄືອຂ່າຍຂອງ ສະຖາບັນການສຶກສາຊັ້ນສູງ, ສະຖາບັນຄົ້ນຄວ້າວິທະຍາສາດແລະຜູ້ໃຫ້ບໍລິການການຝຶກອົບຮົມຫຼັກສູດໄລຍະສັ້ນ VET ແລະອື່ນໆ.