ໃນໄລຍະໜ້າວຽກນີ້ ການເລີ່ມຕົ້ນຂອງຂັ້ນຕອນການຮັບຮອງຂອງໂຄງການຫຼັກສູດທີ່ຖືກພັດທະນາແລ້ວນັ້ນ ຈະເກີດຂື້ນໃນສະຖາບັນການສຶກສາຊັ້ນສູງຂອງປະເທດຄູ່ຮວ່ມ, ກ່ອນທີ່ຈະຈັດຕັ້ງປະຕິບັດໂຄງການຫຼັກສູດຕົວຈິງ. ສີ່ງນີ້ແມ່ນເຮັດໄດ້, ເພື່ອຮັບຮອງຄຸນນະພາບຂອງບັນດາໂຄງການຫຼັກສູດຕ່າງໆ.
ຂັ້ນຕອນຕໍ່ໄປ, ບັນດາໂຄງການຫຼັກສູດຕ່າງໆຈະຖືກຈັດຕັ້ງປະຕິບັດແລະທົດສອບກັບສະຖາບັນການສຶກສາຊັ້ນສູງຂອງປະເທດຄູ່ຮວ່ມສະຖາບັນ ໂດຍອີງຕາມຂໍ້ກຳນົດທີ່ໄດ້ ກຳນົດໄວ້ໃນ ໜ້າວຽກທີ 2(WP2) ແລະ ໜ້າວຽກທີ 3(WP3). ການຈັດຕັ້ງປະຕິບັດບັນດາໂຄງການຫຼັກສູດດັ່ງກ່າວຈະໄດ້ຮັບການຕິດຕາມກວດກາຢ່າງໃກ້ຊິດຈາກທຸກໆຄູ່ຮ່ວມງານ.
ກິດຈະກຳທີຈະຈັດຕັ້ງປະຕິບັດ:
ກິດຈະກໍາ A4.1 ການປະຕິບັດ ເພື່ອການຮັບຮອງຫລັກສູດທີ່ຖືກພັດທະນາແລ້ວ
ກິດຈະກໍາ A4.2 ການຈັດຕັ້ງປະຕິບັດໂຄງການຫຼັກສູດລະດັບປະລິນຍາຕີ
ກິດຈະກໍາ A4.3 ການຈັດຕັ້ງປະຕິບັດໂຄງການຫຼັກສູດປະລິນຍາໂທ ວິທະຍາສາດ MSc ແລະ ຫຼັກສູດຝຶກອົບຮົມວິຊາ
ຊີບໄລຍະສັ້ນໃນສາຂາວິຊາທີ່ກ່ຽວຂ້ອງ VET
ກິດຈະກໍາ A4.4 ການປະເມີນຜົນແລະການປະຕິບັດທີ່ດີທີ່ສຸດ
ການຈັດຕັ້ງປະຕິບັດ:
D4.1 ບົດລາຍງານການຮັບຮອງຫຼັກສູດທີ່ຖືກພັດທະນາແລ້ວໃນບັນດາປະເທດຄູ່ຮ່ວມ
D4.2 ການຈັດຕັ້ງປະຕິບັດໂຄງການຼັກສູດລະດັບປະລິນຍາຕີ
D4.3 ບົດລາຍງານການຈັດຕັ້ງປະຕິບັດ ໂຄງການຫຼັກສູດ ປະລິນຍາໂທວິທະຍາສາດ MSc ແລະ ຫຼັກສູດຝຶກອົບຮົມ
ວິຊາຊີບໄລຍະສັ້ນໃນສາຂາວິຊາທີ່ກ່ຽວຂ້ອງ VET Program
D4.4 ບົດລາຍງານການປະເມີນຜົນຊໄລຍະກາງຂອງການຈັດຕັ້ງປະຕິບັດໂຄງການ
D4.5 ບົດລາຍງານການປະເມີນຜົນໄລຍະທ້າຍຂອງການຈັດຕັ້ງປະຕິບັດໂຄງການ