ມະຫາວິທະຍາໄລ ສະເວຣຽງ (ກໍາປູເຈຍ)

ພິມ

ມະຫາວິທະຍາໄລ ບັດຕໍາບັງ (UBB) ເປັນມະຫາວິທະຍາໄລ ຂອງລັດທີ່ສ້າງຕັ້ງຂື້ນໃໝ່ ໃນປະເທດກຳປູເຈຍ, ມະຫາວິທະຍາໄລ ດັ່ງກ່າວ ສ້າງຕັ້ງຂື້ນໃນປີ 2007, ເພື່ອເປີດໂອກາດໃຫ້ນັກສຶກສາທີ່ດໍາລົງຊີວິດຢູ່ເຂດຊົນນະບົດ, ໂດຍສະເພາະແມ່ນເຂດພາກຕາເວັນຕົກສ່ຽງເໜືອ ຂອງ ກຳປູເຈຍ ໃຫ້ສາມາດເຂົ້າເຖິງການບໍລິການການສຶກສາຊັ້ນສູງເພື່ອພັດທະນາອາຊີບຂອງພວກເຂົາ ກໍ່ຄືພັດທະນາຊຸມຊົນທ້ອງຖິ່ນເພື່ອຫຼຸດຜ່ອນຊ່ອງຫວ່າງຄວາມແຕກຕ່າງດ້ານຄວາມຮູ້ລະຫວ່າງຊົນນະບົດແລະຕົວເມືອງ. ມະຫາວິທະຍາໄລ ບັດຕໍາບັງ ກຳນົດໜື່ງເປົ້າໝາຍ, ແມ່ນເພື່ອໃຫ້ການສຶກສາຜູ້ນຳທີ່ຈະເປັນຜູ້ນໍາໃນອານາຄົດ ໃນຫຼາຍສາຂາວິຊາທີ່ກວ້າງຂວາງໂດຍຜ່ານການສົມດຸນທາງທິດສະດີແລະການປະຕິບັດຕົວຈິງ. ມະຫາວິທະຍາໄລ ບັດຕໍາບັງ ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ, ລັດຖະບານແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ບັນດາບໍລິສັດ, ແລະກຸ່ມມະຫາວິທະຍາໄລແຫ່ງຕ່າງໆທີ່ເປັນຄູ່ຮ່ວມທັງໃນພາກພື້ນແລະໃນໂລກ. ມະຫາວິທະຍາໄລ ບັດຕໍາບັງ ປະກອບມີ 5 ຄະນະ ແລະ ສະຖາບັນ: (1) ຄະນະວິຊາບໍລິຫານທຸລະກິດແລະການທ່ອງທ່ຽວ, (2) ຄະນະການເສດສາດ ແລະ ການປຸງແຕ່ງອາຫານ, (3) ຄະນະສັງຄົມສາດແລະການພັດທະນາຊຸມຊົນ, (4) ຄະນະສິລະປະສາດ, ມະນຸດສາດ, ແລະ ສຶກສາສາດ, (5) ຄະນະວິທະຍາສາດແລະເຕັກໂນໂລຢີ ແລະ (6) ສະຖາບັນພາສາຕ່າງປະເທດ. ມະຫາວິທະຍາໄລ ບັດຕໍາບັງ ມີນັກສຶກສາໃນທ້ອງຖິ່ນຫລາຍກວ່າ 2,500 ຄົນ ທີ່ກໍາລັງສຶກສາໃນລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີ້. ໄດ້ມີການຄາດຄະເນວ່າ, ມະຫາວິທະຍາໄລ ບັດຕໍາບັງ ໄດ້ເຂົ້າຮ່ວມໃນໂຄງການທີ່ ຈະສາມາດຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຂອງຄູອາຈານ ແລະ ນັກສຶກສາໃຫ້ການເປັນຜູ້ທີ່ມີຄວາມສາມາດຫຼາຍຂື້້ນເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ເສດຖະກິດຂອງທ້ອງຖິ່ນແລະພາກພື້ນ.