ກຸ່ມບໍລິສັດໂນເບວ ເປັນບໍລິສັດທີ່ໃຫ້ຄຳປຶກສາກໍ່ຄືເປັນສູນຝຶກອົບຮົມວິຊາຊີບ ເຊິ່ງສະໜອງການບໍລິການຊຸດຝຶກອົບຮົມວິຊາຊີບແບບປະສົມປະສານ, ການສົ່ງເສີມການຈ້າງງານແລະການພັດທະນາຜູ້ປະກອບການໃຫ້ແກ່ອົງການຈັດຕັ້ງຂອງເອີຣົບ, ຂອງຊາດແລະຂອງທ້ອງຖິ່ນ, ລວມທັງວິສາຫະກິດແລະອົງການຈັດຕັ້ງເອກະຊົນ. ນອກຈາກນັ້ນ, ກຸ່ມບໍລິສັດ ໂນເບວ ຍັງດຳເນີນການຄົ້ນຄ້ວາວິໃຈ, ສຶກສາ, ອອກແບບແລະຈັດຕັ້ງປະຕິບັດຍຸດທະສາດທຸລະກິດດ້ານໄອທີ, ເພື່ອແນໃສ່ໃນການເພີ່ມມູນຄ່າຂອງບໍລິສັດ. ກຸ່ມບໍລີສັດໂນເບວມີຄວາມຕັ້ງໃຈທີ່ຈະພັດທະນາຄວາມຮູ້ແລະປະສົບການກັບການບໍລິການທີ່ຫຼາກຫຼາຍ, ໃນຫລາຍຂະແໜງການຂອງເສດຖະກິດພາຍໃນແລະຕ່າງປະເທດ. ໂດຍມີຄຳຂວັນທີ່ວ່າ “ ເປີດເຜີຍຄວາມສາມາດຂອງເຈົ້າ” ອະທິບາຍເຖິງຈຸດປະສົງຂອງບໍລິສັດ. ກຸ່ມບໍລິສັດໂນເບວ ລົງທຶນຢ່າງຕໍ່ເນື່ອງໃນການເຮັດຄົ້ນຄວ້າວິໄຈແລະການພັດທະນາ (R&D) ໃນຂອບເຂດວຽກງານໂຄງການແລະການຮ່ວມມືລະຫວ່າງປະເທດໂດຍຮ່ວມມືກັບນັກຄົ້ນຄວ້າທີ່ເປັນຜູ້ຊ່ຽວຊານຈາກພາຍນອກ.

ມະຫາວິທະຍາໄລ ເອໂວຣາ ເປັນມະຫາວິທະຍາໄລ ຂອງລັດ ໃນປະເທດປ໋ອກຕຸຍການ ໄດ້ສ້າງຕັ້ງຂຶ້ນໃນປີ 1559 ແລະປະກອບມີ 4 ໂຮງຮຽທີ່ຂື້ນກັບ: ໂຮງຮຽນສິລະປະ, ວິທະຍາສາດແລະເຕັກໂນໂລຢີ, ວິທະຍາສາດສັງຄົມແລະ ໂຮງຮຽນພະຍາບານ, ໄດ້ຈັດຕັ້ງການຮຽນ-ການສອນ ໃນລະດັບປະລິນຍາຕີ 41 ຫຼັກສູດ ແລະ ເໜືອປະລິນຍາຕຼີ 120 ຫຼັກສູດ. ການຄົ້ນຄວ້າແລະການພັດທະນາ (R&D) ກວມເອົາຫຼາຍສາຂາດ້ານວິທະຍາສາດໂດຍຜ່ານເຄືອຂ່າຍຂອງໜ່ວຍງານການຄົ້ນຄ້ວາວິໄຈ 14 ແຫ່ງ, ເຊິ່ງທັງໝົດໜ່ວຍງານນັ້ນໄດ້ຖືກສົ່ງໄປປະເມີນຜົນໃນລະດັບສາກົນ, ພາຍໃຕ້ການປະສານງານຂອງສະຖາບັນຄົ້ນຄ້ວາວິໄຈ ແລະ ການສຶກສາຂັ້ນສູງ. ໃນຊຸມປີທີ່ຜ່ານມາ, ມະຫາວິທະຍາໄລໄດ້ເສີມສ້າງສາຍພົວພັນທີ່ໃກ້ຊິດກັບຊຸມຊົນ. ການພົວພັນແບບນີ້ສາມາດເປັນໄປໄດ້ຜ່ານການສ້າງເຄືອຂ່າຍການເຮັດວຽກແລະການເຜີຍແຜ່ຄວາມຮູ້, ເຊັ່ນການເຂົ໊າຮ່ວມໃນສວນວິທະຍາສາດແລະເຕັກໂນໂລຢີ ກໍ່ຄືຜ່ານການສ້າງຕັ້ງໂປໂຕຄອນແລະສັນຍາສຳລັບການສະໜອງ ການບໍລິການໃນການຮ່ວມມືກັບບໍລິສັດ, ມະຫາວິທະຍາໄລ, ສະມາຄົມແລະ ສະຖາບັນຕ່າງໆ. ຂອບເຂດການຄົ້ນຄວ້າວິໄຈ ແລະ ການພັດທະນາ R&D ຕົ້ນຕໍແມ່ນເລັ່ງໃສ່: ການປູກຝັງ ແລະ ຊີວະນາໆພັນ; ທໍລະນີສາດ, ສິ່ງແວດລ້ອມແລະພູມສັນຖານ; ວັດຖຸອຸປະກອນ ແລະ ວິທະຍາສາດພື້ນຜິວ; ການສຶກສາດ້ານເສດຖະກິດແລະທຸລະກິດ; ວິທະຍາສາດຄອມພິວເຕີແລະປັນຍາປະດິດ; ວິທະຍາສາດສັງຄົມແລະວິທະຍາສາດການເມືອງ, ປະຫວັດສາດ, ປະຫວັດສາດດ້ານສິລະປະ, ວິທະຍາສາດແລະວັດທະນະທຳ; ຄະນິດສາດນໍາໃຊ້; ການສຶກສາ; ພາສາແລະວັນນະຄະດີ; ການຮັກສາສຸຂະພາບ.

ໂຄງການການຄົ້ນຄວ້າວິໄຈ ແລະ ການພັດທະນາ R&D ກໍາລັງດໍາເນີນປະມານ 150 ໂຄງການ ທີ່ຖືກພັດທະນາໂດຍການຮ່ວມມືລະດັບຊາດແລະສາກົນ, ທຶນ FP7 ແລະ H2020, FCT, ແລະ ໂດຍການສະໜັບສະໜູນຈາກພາກເອກະຊົນ.

 

ມະຫາວິທະຍາໄລ ດານັງ (UD) ແມ່ນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດໃນເຂດພາກກາງຂອງ ສສ ຫວຽດນາມ. ປະຈຸບັນ UD ແມ່ນມະຫາວິທະຍາໄລ ໜື່ງ ທີ່ສຳຄັນຂອງຊາດ, ເປັນສູນກາງການຝຶກອົບຮົມ, ຄົ້ນຄ້ວາວິທະຍາສາດແລະຖ່າຍທອດດ້ານເຕັກໂນໂລຢີ ໃນ ສສ ຫວຽດນາມ. ປະຈຸບັນ ມະຫາວິທະຍາໄລ ດານັງ ມີນັກສຶກສາປະມານ 60,000 ຄົນ (ລວມມີນັກສຶກສາຈົບແລ້ວ 4,000 ຄົນ), ມີນັກຄົ້ນຄວ້າແລະພະນັກງານລວມ 2,472 ຄົນ. ມະຫາວທະຍາໄລ ດານັງ, ເປັນໜຶ່ງ ໃນມະຫາວິທະຍາໄລທີ່ເປັນຄູ່ຮ່ວມດ້ານວິຊາການ, ໂດຍໄດ້ເຂົ້າຮ່ວມໂຄງການກຸ່ມການຮ່ວມມືການສຶກສາດ້ານວິສະວະກຳຊັ້ນສູງ (HEEAP). ໂຄງການດັ່ງກ່າວຊ່ວຍໃຫ້ນັກສຶກສາໃນ ສສ ຫວຽດນາມໄດ້ຮັບປະສົບການທີ່ດີດ້ານຊອບແວແລະການບໍລິການທີ່ນັກວິສະວະກອນທົ່ວໂລກໃຫ້ຄວາມໄວ້ວາງໃຈ, ລວມທັງການເປັນກໍາມະສິດຊອບແວ, ຮາດແວ, ການອອກແບບແລະກວດສອບ IP, ແບບຄວາມຈຳ, ວິທີການແລະການອອກແບບການບໍລິການທີ່ຖືກນຳໃຊ້ເພື່ອສ້າງວົງຈອນແບບປະສົມປະສານແລະຊິບຊິລິໂຄນທີ່ສ່ວນໃຫຍ່ຈະພົບເຫັນເປັນອຸປະກອນອີເລັກໂທຣນິກ. ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລ ດານັງ ໄດ້ປັບປຸງລະບົບການຮັບປະກັນຄຸນນະພາບພາຍໃນຕະຫຼອດມາ, ມີການປັບປຸງໂປແກຼມໃຫ້ທັນສະໄໝ ຕໍ່ເນື່ອງ ພ້ອມທັງປັບປຸງການປະເມີນຜົນນັກສຶກສາ ແລະ ການຮຽນ - ການສອນດ້ວຍວິທີການອັນໃໝ່. ດ້ວຍຄຸນຄ່າຫຼັກດ້ານຄຸນນະພາບ - ການອຸທິດຕົນ - ວິຊາຊີບແລະຄວາມມີປະສິດທິຜົນ - ການສ້າງສັນແລະຄວາມເປັນມິດຕະພາບ, ມະຫາວິທະຍາໄລ ດານັງ ມີຈຸດປະສົງເພື່ອເປັນໜຶ່ງ ໃນມະຫາວິທະຍາໄລ ທີ່ນໍາໜ້າ ໃນອາຊີຕາເວັນອອກສ່ຽງໃຕ້, ທີ່ມີການຈັດຕັ້ງການຮຽນ-ການສອນໃນຫຼາຍສາຂາວິຊາດ້ານວິສະວະກຳສາດ, ເສດຖະກິດ, ວິທະຍາສາດ ທຳມະຊາດ, ວິທະຍາສາດສັງຄົມ, ມະນຸດສາດແລະການຢາ. ມະຫາວິທະຍາໄລ ດານັງ ມີເປົ້າໝາຍທີ່ເປັນສູນກາງການຮ່ວມມີໃນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາທັງໃນ ລະດັບຊາດແລະລະດັບສາກົນ. ມະຫາວິທະຍາໄລເຕັກໂນໂລຢີແລະການສຶກສາ ດານັງ (UTE-UD) ເປັນໜື່ງໃນສະມາຊິກຂອງມະຫາວິທະຍາໄລ ດານັງ. ປະຈຸບັນ ມະຫາວິທະຍາໄລເຕັກໂນໂລຢີແລະການສຶກສາ ດານັງ ມີອາຈານສອນ 250 ຄົນ, ຝຶກອົບຮົມໃຫ້ນັກສຶກສາ 5,000 ຄົນໃນ 17 ສາຂາວິສະວະກຳສາດ ເຊັ່ນ: ວິສະວະກຳກົນຈັກ, ນາຍຊ່າງ, ເຕັກໂນໂລຢີຫຸ່ນຍົນ, ເຕັກໂນໂລຢີຂໍ້ມູນຂ່າວສານ.

ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 1957 ເປັນຕົ້ນມາ, ມະຫາວິທະຍາໄລເຫວ້ (HU) ໄດ້ຖືກຍອມຮັບວ່າເປັນສູນກາງຄົ້ນຄວ້າວິທະຍາສາດ ແລະ ວິຊາການທີ່ສຳຄັນໃນພາກກາງຂອງ ສສ ຫວຽດນາມ ກໍ່ຄືທົ່ວປະເທດ. ໂດຍການຝຶກອົບຮົມບຸກຄົນທີ່ມີຄວາມສາມາດ ແລະ ສະໜອງ ຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ຂະບວນການຫັນເປັນອຸດສາ ຫະກຳ ແລະ ທັນສະໄໝ ຂອງ ສສ ຫວຽດນາມ, ມະຫາວິທະຍາໄລ ວິທະຍາສາດ ເຫວ້ ໄດ້ປະສົບຜົນສຳເລັດໃນການສ້າງຕັ້ງຕົນເອງໃນຕໍາແໜ່ງ ເປັນສະຖາບັນທີ່ມີຊື່ສຽງໃນລະບົບການສຶກສາຊັ້ນສູງຂອງ ສສ ຫວຽດນາມ. ປະຈຸບັນ, ມະຫາວິທະຍາໄລ ເຫວ້ ມີ 8 ມະຫາວິທະຍາໄລທີ່ເປັນສະມາຊິກຂື້ນກັບ (ວິທະຍາສາດ, ສຶກສາສາດ, ການແພດ, ກະສິກຳ ແລະ ປ່າໄມ້, ເສດຖະກິດ, ພາສາຕ່າງປະເທດ, ສິລະປະ, ກົດໝາຍ) ແລະ 2 ໂຮງຮຽນທີ່ຂື້ນກັບ (ການທ່ອງທ່ຽວ, ແລະ ການສຶກສາທາງດ້ານຮ່າງກາຍ). ມະຫາວິທະຍາໄລ ເຫວ້ ຍັງມີສະຖາບັນວິທະຍາສາດແລະສູນຕ່າງໆທີ່່ສໍາຄັນຂອງຊາດ . ມະຫາວິທະຍາໄລ ເຫວ້ ມີນັກສຶກສາປະມານ 50,000 ຄົນ (ລວມທັງໂຮງຮຽນມັດທະຍົມ 200 ແຫ່ງ, 500 ວິທະຍາໄລ ໄວໝຸ່ມ, ນັກສຶກສາປະລິນຍາຕຼີ 42,000 ຄົນ, ປະລິນຍາໂທ 4,000 ຄົນ, ປະລິນຍາເອກ 350 ຄົນ ແລະຫຼາຍກ່ວາ 200 ຄົນເປັນນັກສຶກສາຕ່າງປະເທດ). ປະຈຸບັນ, ຈຳນວນພະນັກງານທັງໝົດແມ່ນມີ 3.800 ກວ່າຄົນ, ໃນນັ້ນປະກອບມີອາຈານແລະສາດສະດາຈານ 250 ກວ່າຄົນ, ປະລິນຍາເອກ 450 ຄົນ, ປະລິນຍາໂທ 1,200 ຄົນ, ປະລິນຍາຕີ 1800 ຄົນແລະອື່ນໆ. ໃນວົງການນັກສຶກສາພາຍໃນປະເທດ, ມະຫາວິທະຍາໄລ ເຫວ້ ແມ່ນຜູ້ບຸກເບີກໃນການຊຸກຍູ້ການແລກປ່ຽນທາງດ້ານການສຶກສາລະຫວ່າງປະເທດ.

ມະຫາວິທະຍາໄລ ບັດຕໍາບັງ (UBB) ເປັນມະຫາວິທະຍາໄລ ຂອງລັດທີ່ສ້າງຕັ້ງຂື້ນໃໝ່ ໃນປະເທດກຳປູເຈຍ, ມະຫາວິທະຍາໄລ ດັ່ງກ່າວ ສ້າງຕັ້ງຂື້ນໃນປີ 2007, ເພື່ອເປີດໂອກາດໃຫ້ນັກສຶກສາທີ່ດໍາລົງຊີວິດຢູ່ເຂດຊົນນະບົດ, ໂດຍສະເພາະແມ່ນເຂດພາກຕາເວັນຕົກສ່ຽງເໜືອ ຂອງ ກຳປູເຈຍ ໃຫ້ສາມາດເຂົ້າເຖິງການບໍລິການການສຶກສາຊັ້ນສູງເພື່ອພັດທະນາອາຊີບຂອງພວກເຂົາ ກໍ່ຄືພັດທະນາຊຸມຊົນທ້ອງຖິ່ນເພື່ອຫຼຸດຜ່ອນຊ່ອງຫວ່າງຄວາມແຕກຕ່າງດ້ານຄວາມຮູ້ລະຫວ່າງຊົນນະບົດແລະຕົວເມືອງ. ມະຫາວິທະຍາໄລ ບັດຕໍາບັງ ກຳນົດໜື່ງເປົ້າໝາຍ, ແມ່ນເພື່ອໃຫ້ການສຶກສາຜູ້ນຳທີ່ຈະເປັນຜູ້ນໍາໃນອານາຄົດ ໃນຫຼາຍສາຂາວິຊາທີ່ກວ້າງຂວາງໂດຍຜ່ານການສົມດຸນທາງທິດສະດີແລະການປະຕິບັດຕົວຈິງ. ມະຫາວິທະຍາໄລ ບັດຕໍາບັງ ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ, ລັດຖະບານແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ບັນດາບໍລິສັດ, ແລະກຸ່ມມະຫາວິທະຍາໄລແຫ່ງຕ່າງໆທີ່ເປັນຄູ່ຮ່ວມທັງໃນພາກພື້ນແລະໃນໂລກ. ມະຫາວິທະຍາໄລ ບັດຕໍາບັງ ປະກອບມີ 5 ຄະນະ ແລະ ສະຖາບັນ: (1) ຄະນະວິຊາບໍລິຫານທຸລະກິດແລະການທ່ອງທ່ຽວ, (2) ຄະນະການເສດສາດ ແລະ ການປຸງແຕ່ງອາຫານ, (3) ຄະນະສັງຄົມສາດແລະການພັດທະນາຊຸມຊົນ, (4) ຄະນະສິລະປະສາດ, ມະນຸດສາດ, ແລະ ສຶກສາສາດ, (5) ຄະນະວິທະຍາສາດແລະເຕັກໂນໂລຢີ ແລະ (6) ສະຖາບັນພາສາຕ່າງປະເທດ. ມະຫາວິທະຍາໄລ ບັດຕໍາບັງ ມີນັກສຶກສາໃນທ້ອງຖິ່ນຫລາຍກວ່າ 2,500 ຄົນ ທີ່ກໍາລັງສຶກສາໃນລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີ້. ໄດ້ມີການຄາດຄະເນວ່າ, ມະຫາວິທະຍາໄລ ບັດຕໍາບັງ ໄດ້ເຂົ້າຮ່ວມໃນໂຄງການທີ່ ຈະສາມາດຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຂອງຄູອາຈານ ແລະ ນັກສຶກສາໃຫ້ການເປັນຜູ້ທີ່ມີຄວາມສາມາດຫຼາຍຂື້້ນເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ເສດຖະກິດຂອງທ້ອງຖິ່ນແລະພາກພື້ນ.

digi-che-asia-erasmus


 

ການສະ ໜັບ ສະ ໜູນ ຂອງຄະນະ ກຳ ມາທິການສະຫະພາບເອີຣົບຕໍ່ການຜະລິດເວບໄຊທ໌ນີ້ບໍ່ໄດ້ເປັນການຮັບຮອງເນື້ອໃນເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຄິດເຫັນຂອງຜູ້ຂຽນເທົ່ານັ້ນ, ແລະຄະນະ ກຳ ມະການບໍ່ສາມາດຮັບຜິດຊອບຕໍ່ການ ນຳ ໃຊ້ໃດໆທີ່ອາດຈະເຮັດຈາກຂໍ້ມູນທີ່ມີຢູ່ໃນນັ້ນ.

ຂໍ້​ມູນ​ຕິດ​ຕໍ່