ມະຫາວິທະຍາໄລ ເອໂວຣາ ເປັນມະຫາວິທະຍາໄລ ຂອງລັດ ໃນປະເທດປ໋ອກຕຸຍການ ໄດ້ສ້າງຕັ້ງຂຶ້ນໃນປີ 1559 ແລະປະກອບມີ 4 ໂຮງຮຽທີ່ຂື້ນກັບ: ໂຮງຮຽນສິລະປະ, ວິທະຍາສາດແລະເຕັກໂນໂລຢີ, ວິທະຍາສາດສັງຄົມແລະ ໂຮງຮຽນພະຍາບານ, ໄດ້ຈັດຕັ້ງການຮຽນ-ການສອນ ໃນລະດັບປະລິນຍາຕີ 41 ຫຼັກສູດ ແລະ ເໜືອປະລິນຍາຕຼີ 120 ຫຼັກສູດ. ການຄົ້ນຄວ້າແລະການພັດທະນາ (R&D) ກວມເອົາຫຼາຍສາຂາດ້ານວິທະຍາສາດໂດຍຜ່ານເຄືອຂ່າຍຂອງໜ່ວຍງານການຄົ້ນຄ້ວາວິໄຈ 14 ແຫ່ງ, ເຊິ່ງທັງໝົດໜ່ວຍງານນັ້ນໄດ້ຖືກສົ່ງໄປປະເມີນຜົນໃນລະດັບສາກົນ, ພາຍໃຕ້ການປະສານງານຂອງສະຖາບັນຄົ້ນຄ້ວາວິໄຈ ແລະ ການສຶກສາຂັ້ນສູງ. ໃນຊຸມປີທີ່ຜ່ານມາ, ມະຫາວິທະຍາໄລໄດ້ເສີມສ້າງສາຍພົວພັນທີ່ໃກ້ຊິດກັບຊຸມຊົນ. ການພົວພັນແບບນີ້ສາມາດເປັນໄປໄດ້ຜ່ານການສ້າງເຄືອຂ່າຍການເຮັດວຽກແລະການເຜີຍແຜ່ຄວາມຮູ້, ເຊັ່ນການເຂົ໊າຮ່ວມໃນສວນວິທະຍາສາດແລະເຕັກໂນໂລຢີ ກໍ່ຄືຜ່ານການສ້າງຕັ້ງໂປໂຕຄອນແລະສັນຍາສຳລັບການສະໜອງ ການບໍລິການໃນການຮ່ວມມືກັບບໍລິສັດ, ມະຫາວິທະຍາໄລ, ສະມາຄົມແລະ ສະຖາບັນຕ່າງໆ. ຂອບເຂດການຄົ້ນຄວ້າວິໄຈ ແລະ ການພັດທະນາ R&D ຕົ້ນຕໍແມ່ນເລັ່ງໃສ່: ການປູກຝັງ ແລະ ຊີວະນາໆພັນ; ທໍລະນີສາດ, ສິ່ງແວດລ້ອມແລະພູມສັນຖານ; ວັດຖຸອຸປະກອນ ແລະ ວິທະຍາສາດພື້ນຜິວ; ການສຶກສາດ້ານເສດຖະກິດແລະທຸລະກິດ; ວິທະຍາສາດຄອມພິວເຕີແລະປັນຍາປະດິດ; ວິທະຍາສາດສັງຄົມແລະວິທະຍາສາດການເມືອງ, ປະຫວັດສາດ, ປະຫວັດສາດດ້ານສິລະປະ, ວິທະຍາສາດແລະວັດທະນະທຳ; ຄະນິດສາດນໍາໃຊ້; ການສຶກສາ; ພາສາແລະວັນນະຄະດີ; ການຮັກສາສຸຂະພາບ.
ໂຄງການການຄົ້ນຄວ້າວິໄຈ ແລະ ການພັດທະນາ R&D ກໍາລັງດໍາເນີນປະມານ 150 ໂຄງການ ທີ່ຖືກພັດທະນາໂດຍການຮ່ວມມືລະດັບຊາດແລະສາກົນ, ທຶນ FP7 ແລະ H2020, FCT, ແລະ ໂດຍການສະໜັບສະໜູນຈາກພາກເອກະຊົນ.