ມະຫາວິທະຍາໄລ ດານັງ (UD) ແມ່ນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດໃນເຂດພາກກາງຂອງ ສສ ຫວຽດນາມ. ປະຈຸບັນ UD ແມ່ນມະຫາວິທະຍາໄລ ໜື່ງ ທີ່ສຳຄັນຂອງຊາດ, ເປັນສູນກາງການຝຶກອົບຮົມ, ຄົ້ນຄ້ວາວິທະຍາສາດແລະຖ່າຍທອດດ້ານເຕັກໂນໂລຢີ ໃນ ສສ ຫວຽດນາມ. ປະຈຸບັນ ມະຫາວິທະຍາໄລ ດານັງ ມີນັກສຶກສາປະມານ 60,000 ຄົນ (ລວມມີນັກສຶກສາຈົບແລ້ວ 4,000 ຄົນ), ມີນັກຄົ້ນຄວ້າແລະພະນັກງານລວມ 2,472 ຄົນ. ມະຫາວທະຍາໄລ ດານັງ, ເປັນໜຶ່ງ ໃນມະຫາວິທະຍາໄລທີ່ເປັນຄູ່ຮ່ວມດ້ານວິຊາການ, ໂດຍໄດ້ເຂົ້າຮ່ວມໂຄງການກຸ່ມການຮ່ວມມືການສຶກສາດ້ານວິສະວະກຳຊັ້ນສູງ (HEEAP). ໂຄງການດັ່ງກ່າວຊ່ວຍໃຫ້ນັກສຶກສາໃນ ສສ ຫວຽດນາມໄດ້ຮັບປະສົບການທີ່ດີດ້ານຊອບແວແລະການບໍລິການທີ່ນັກວິສະວະກອນທົ່ວໂລກໃຫ້ຄວາມໄວ້ວາງໃຈ, ລວມທັງການເປັນກໍາມະສິດຊອບແວ, ຮາດແວ, ການອອກແບບແລະກວດສອບ IP, ແບບຄວາມຈຳ, ວິທີການແລະການອອກແບບການບໍລິການທີ່ຖືກນຳໃຊ້ເພື່ອສ້າງວົງຈອນແບບປະສົມປະສານແລະຊິບຊິລິໂຄນທີ່ສ່ວນໃຫຍ່ຈະພົບເຫັນເປັນອຸປະກອນອີເລັກໂທຣນິກ. ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລ ດານັງ ໄດ້ປັບປຸງລະບົບການຮັບປະກັນຄຸນນະພາບພາຍໃນຕະຫຼອດມາ, ມີການປັບປຸງໂປແກຼມໃຫ້ທັນສະໄໝ ຕໍ່ເນື່ອງ ພ້ອມທັງປັບປຸງການປະເມີນຜົນນັກສຶກສາ ແລະ ການຮຽນ - ການສອນດ້ວຍວິທີການອັນໃໝ່. ດ້ວຍຄຸນຄ່າຫຼັກດ້ານຄຸນນະພາບ - ການອຸທິດຕົນ - ວິຊາຊີບແລະຄວາມມີປະສິດທິຜົນ - ການສ້າງສັນແລະຄວາມເປັນມິດຕະພາບ, ມະຫາວິທະຍາໄລ ດານັງ ມີຈຸດປະສົງເພື່ອເປັນໜຶ່ງ ໃນມະຫາວິທະຍາໄລ ທີ່ນໍາໜ້າ ໃນອາຊີຕາເວັນອອກສ່ຽງໃຕ້, ທີ່ມີການຈັດຕັ້ງການຮຽນ-ການສອນໃນຫຼາຍສາຂາວິຊາດ້ານວິສະວະກຳສາດ, ເສດຖະກິດ, ວິທະຍາສາດ ທຳມະຊາດ, ວິທະຍາສາດສັງຄົມ, ມະນຸດສາດແລະການຢາ. ມະຫາວິທະຍາໄລ ດານັງ ມີເປົ້າໝາຍທີ່ເປັນສູນກາງການຮ່ວມມີໃນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາທັງໃນ ລະດັບຊາດແລະລະດັບສາກົນ. ມະຫາວິທະຍາໄລເຕັກໂນໂລຢີແລະການສຶກສາ ດານັງ (UTE-UD) ເປັນໜື່ງໃນສະມາຊິກຂອງມະຫາວິທະຍາໄລ ດານັງ. ປະຈຸບັນ ມະຫາວິທະຍາໄລເຕັກໂນໂລຢີແລະການສຶກສາ ດານັງ ມີອາຈານສອນ 250 ຄົນ, ຝຶກອົບຮົມໃຫ້ນັກສຶກສາ 5,000 ຄົນໃນ 17 ສາຂາວິສະວະກຳສາດ ເຊັ່ນ: ວິສະວະກຳກົນຈັກ, ນາຍຊ່າງ, ເຕັກໂນໂລຢີຫຸ່ນຍົນ, ເຕັກໂນໂລຢີຂໍ້ມູນຂ່າວສານ.