ມະຫາວິທະຍາໄລ ຈຳປາສັກໄ ດ້ຮັບການສ້າງຕັ້ງຂື໊ນໃນປີ 2002, ເຊິ່ງເບື້ອງຕົ້ນແມ່ນເປັນສາຂາຂອງມະຫາວິທະຍາໄລແຫ່ງຊາດລາວ. ມັນໄດ້ຖືກປ່ຽນຊື່ເປັນມະຫາວິທະຍາໄລ ຈຳປາສັກໃນປີ 2004. ມະຫາວິທະຍາໄລ ຈຳປາສັກ ຕັ້ງຢູ່ເມືອງປາກເຊ, ແຂວງ ຈຳປາສັກ ແລະ ເປັນເມືອງຍອດນິຍົມອັນດັບສອງ ໃນ ສປປ ລາວ. ຄວາມມຸ້ງໝັ້ນ ຂອງມະຫາວິທະຍາໄລ ຈຳປາສັກແມ່ນການພັດທະນາມະຫາວິທະຍາໄລໃຫ້ກາຍເປັນສູນກາງການສຶກສາ, ການຄົ້ນຄວ້າແລະການບໍລິການວິຊາການໃນ ສປປ ລາວ ກໍ່ຄືໃນພາກພື້ນ. ມະຫາວິທະຍາໄລ ຈຳປາສັກ ມີບົດບາດສຳຄັນໃນການເປີດໂອກາດໃຫ້ທຸກຄົນເຂົ້າເຖິງການສຶກສາຊັ້ນສູງໃນບັນດາແຂວງພາກໃຕ້ຂອງລາວ, ສຶກສາອົບຮົມໃຫ້ຄົນປົກປັກຮັກສາແລະສົ່ງເສີມວັດທະນະທຳອັນດີງາມຂອງຊາດກໍ່ຄືຂອງຊົນເຜົ່າ ໃນ ສປປ ລາວ ແລະໃຫ້ການບໍລິການດ້ານການສຶກສາແກ່ສັງຄົມ. ມະຫາວິທະຍາໄລ ຈຳປາສັກຈັດຕັ້ງການຮຽນການສອນໃນລະດັບປະລິນຍາຕີ 27 ສາຂາວິຊາໃນ 6 ຄະນະວິຊາຄື: ຄະນະກະເສດສາດ ແລະ ປ່າໄມ້, ສຶກສາສາດ, ເສດຖະສາດແລະການຄຸ້ມຄອງ, ວິສະວະກຳສາດ, ວິທະຍາສາດ ທຳມະຊາດ, ຄະນະນິຕິສາດ ແລະ ລັດຖະສາດ; ໂຄງການຫຼັກສູດປະລິນຍາໂທ 2 ສາຂາວິຊາ ທີ່ກໍາລັງຈະຖືກຈັດຕັ້ງປະຕິບັດໃນປີ 2020 ຄື: ໂຄງການຫຼັກສູດປະລີນຍາໂທວິທະຍາສາດສາຂາການປູກພືດແບບຍືນຍົງ (ພາຍໃຕ້ໂຄງການ SFARM ແຜນງານ Erasmus +) ແລະ ໂຄງການຫູັກສູດ ປະລິນຍາໂທ ວິສະວະກໍາ ໂຍທາ. ມະຫາວິທະຍາໄລ ຈໍາປາສັກ ມີພະນັກງານທັງໝົດ 416 ຄົນໃນນີ້ ຈຳນວນພະນັກງານສອນທັງໝົດ 359 ຄົນ, ແລະ ພະນັກງານບໍລິຫານ 44 ຄົນ (ຂໍ້ມູນໃນປີ 2019). ປະຈຸບັນມີນັກສຶກສາໃນລະດັບປະລິນຍາຕີທັງໝົດ 6,066 ຄົນ.
ມະຫາວິທະຍາໄລ ຈຳປາສັກ ( ສປປ ລາວ)
- consortium
- ກົດເບິ່ງ: 6296