ມະຫາວິທະຍາໄລ ສະຫວັນນະເຂດ (ສປປ ລາວ)

 

ມະຫາວິທະຍາໄລ ສະຫວັນນະເຂດ (SKU) ໄດ້ຮັບການສ້າງຕັ້ງຂື້ນໃນປີ 2009, ເພື່ອຕອບສະໜອງ ຄວາມຕ້ອງການດ້ານການສຶກສາຊັ້ນສູງຂອງ ສປປ ລາວ ທີ່ເພີ່ມຂື້້ນຢ່າງໄວວາ, ສະຖານທີ່ຕັ້ງຢູ່ ວິທະຍາເຂດນາເຊັງ, ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ, ສປປ ລາວ. ການສ້າງຕັ້ງດັ່ງກ່າວແມ່ນສ່ວນໜຶ່ງ ຂອງແຜນການ ທີ່ເປັນຄວາມມຸ້ງຫວັງ ຂອງລັດຖະບານ ສປປ ລາວ ແລະ ຄູ່ຮ່ວມພັດທະນາສາກົນເພື່ອເລັ່ງໃສ່ຍຸດທະສາດໃນການພັດທະນາຊັບພະຍາ ກອນມະນຸດ - ເປັນສ່ວນປະກອບ ສຳຄັນຂອງວຽກງານຂອງຕົນໃຫ້ໄປສູ່ເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກ, ຄວາມ ໝັ້ນຄົງດ້ານສະບຽງອາຫານ, ການພັດທະນາເສດຖະກິດແລະການເຊື່ອມໂຍງພາກພື້ນເຂົ້າໃນຂອບການຮ່ວມມືຂອງອາຊຽນ. ມະຫາວິທະຍາໄລ ສະຫວັນນະເຂດ ປະກອບມີ 8 ຄະນະວິຊາຄື: ກະເສດສາດ ແລະ ສິ່ງແວດລ້ອມ; ບໍລິຫານທຸລະກິດ; ພາສາສາດແລະມະນຸດສາດ; ວິທະຍາສາດການອາຫານ; ການສຶກສາ, ວິທະຍາສາດ ທຳມະຊາດ, ເຕັກໂນໂລຢີຂໍ້ມູນຂ່າວສານແລະວິສະວະກຳສາດ. ປະຈຸບັນນີ້, ມະຫາວິທະຍາໄລ ສະຫວັນນະເຂດ ໄດ້ຈັດຕັ້ງການຮຽນ-ການສອນໂຄງການຫຼັກສູດປະລິນຍາໂທ 2 ຫຼັກສູດ ແລະ ໂຄງການຫຼັກສູດສາກົນ 1 ຫູັກສູດທີີ່ສອນເປັນພາສາອັງກິດ. ມະຫາວິທະຍາໄລ ສະຫວັນນະເຂດ ແມ່ນມະຫາວິທະຍາໄລທີ່ບໍ່ຫວັງຜົນກຳໄລ ເອົາໃຈໃສ່ໃນການປັບປຸງການເຂົ້າເຖິງການສຶກສາໃຫ້ແກ່ຄົນລາວລວມທັງຄົນຊົນເຜົ່າທີ່ຢູ່ໃນຕົວເມືອງແລະຊົນນະບົດ ເພື່ອຫຼຸດຜ່ອນຄວາມທຸກຍາກແລະຮັບ ປະກັນຄວາມປອດໄພດ້ານສະບຽງອາຫານໂດຍການຝຶກອົບຮົມຊາວກະສິກອນໃນທັກສະການປະຕິບັດຕົວຈິງ. ມະຫາວິທະຍາໄລ ສະຫວັນນະເຂດ ໄດເຕົ້າໂຮມແລະພັດທະນາຂີດຄວາມສາມາດທາງຈິດໃຈ ຂອງໄວໜຸ່ມ ລຸ້ນໄໝ່ ທີ່ກໍາງລັງສົດໃສ ແລະ ເປັນຜູ້ສືບຕໍ່ພາລະກິດຂອງຊາດໃນອານາຄົດ, ເຮັດໃຫ້ມັນກາຍເປັນສູນກາງການສຶກສາ, ວັດທະນະທຳ ແລະ ປະດິດສ້າງໃນພາກກາງຂອງ ສປປ ລາວ.

digi-che-asia-erasmus


 

ການສະ ໜັບ ສະ ໜູນ ຂອງຄະນະ ກຳ ມາທິການສະຫະພາບເອີຣົບຕໍ່ການຜະລິດເວບໄຊທ໌ນີ້ບໍ່ໄດ້ເປັນການຮັບຮອງເນື້ອໃນເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຄິດເຫັນຂອງຜູ້ຂຽນເທົ່ານັ້ນ, ແລະຄະນະ ກຳ ມະການບໍ່ສາມາດຮັບຜິດຊອບຕໍ່ການ ນຳ ໃຊ້ໃດໆທີ່ອາດຈະເຮັດຈາກຂໍ້ມູນທີ່ມີຢູ່ໃນນັ້ນ.

ຂໍ້​ມູນ​ຕິດ​ຕໍ່